ຝຶກອົບຮົມ ລະບົບບໍລິຫານລັດ ແບບດີຈີຕອນ ຂອງລັດຖະບານ

Estimated read time 1 min read

ວັນທີ 6 ຕຸລາ2022 ແຂວງອຸດົມໄຊ ຈັດຝຶກອົບຮົມການນຳໃຊ້ ລະບົບບໍລິຫານລັດ ແບບດີຈີຕອນ ຂອງລັດຖະບານ ເພື່ອສ້າງຄວາມເຂັມແຂງໃຫ້ແກ່ກົນໄກການເຮັດວຽກ ຂອງລັດດ້ວຍ ລະບົບທັນສະໄໝ ເພື່ອການພັດທະນາ ຫັນໄປສູ່ການເປັນທັນສະໄໝເທືອລະກ້າວ ຂອງພະນັກງານລັດຖະກອນທົ່ວ ແຂວງອຸດົມໄຊ ໂດຍສະເພາະແມ່ນວິທີການນຳໃຊ້ g-chat, g-share/G-Drive ແລະ video conference ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານສົມບູນ ມະນີ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ , ທ່ານ ນ. ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຈັດໂດຍ ຫ້ອງວ່າການແຂວງ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ການຝຶກອົບຮົມຄັ້ງນີ້ມີຕາງໜ້າຈາກບັນດາ ພະແນກການ, ຫ້ອງການ ອົງການຈັດຕັ້ງ ແລະຫ້ອງວ່າການເມືອງ7ເມືອງເຂົ້າຮ່ວມ.