ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ

Estimated read time 1 min read

ໃນລະຫວ່າງວັນທີ 22-23 ກັນຍານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະລັດຖະມົນຕີ ແລະ ທີມງານຈາກສູນກາງ ໄດ້ເດີນທາງມາ ເຄື່ອນໄຫວ ແລະ ເຮັດວຽກວຽກ ຢູ່ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ. ການມາເຄື່ອນໄຫວເຮັດວຽກຂອງ ທ່ານນາຍົກລັດຖະມົນຕີ ພ້ອມຄະນະລັດຖະມົນຕີ ແມ່ນເພື່ອເຂົ້າຮ່ວມກອງປະຊຸມທາງໄກ ກັບບັນດາແຂວງພາກເໜືອ ມີ ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ເພື່ອປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິ ເລກທີ 19/ກມສພ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຊຶ່ງໄດ້ຈັດຂື້ນໃນວັນທີ 22 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການແຂວງອຸດົມໄຊ.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານຫຍໍ້ກ່ຽວກັບ ສະພາບວຽກງານທີ່ພົ້ນເດັ່ນ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ ທ່ານນາຍົກ ພ້ອມດ້ວຍຄະນະ ຮັບຊາບ ສະພາບຈຸດພິເສດຂອງແຂວງ ລວມເຖິງທ່າແຮງບົ່ມຊ້ອນໃນການພັດທະນາ. ໂດຍອີງໃສ່ ທ່າແຮງບົ່ມຊ້ອນ ຄະນະນໍາ ແລະ ອົງການປົກຄອງແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ. ໃນ 8 ເດືອນຕົ້ນປີ 2023 ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 6 ໜ້າວຽກຈຸດສຸມຢ່າງຕັ້ງໜ້າ ເຮັດໃຫ້ທົ່ວແຂວງ ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສຸມໃສ່ພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍ 4,26%, ສ້າງມູນຄ່າເພີ່ມ ຕາມລາຄາໃນປີ ສະເລ່ຍ 6.669,12 ຕື້ກີບ, ເທົ່າກັບ 95,13% ຂອງແຜນການ, ສະເລ່ຍລາຍຮັບຕໍ່ຫົວຄົນ ເທົ່າກັບ 1,583 ໂດລາສະຫະລັດ, ການແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນແລະການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ.

ຈາກນັ້ນ ທ່ານນາຍົກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາແຂວງພາກເຫນືອໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນ ການແກ້ໄຂສະພາບເສດຖະກິດ ດຳເນີນໄປດ້ວຍດີ ຂະນະດຽວກັນ ທ່ານຍັງໄດ້ເນັ້ນໃຫ້ ອົງການປົກຄອງແຂວງອຸດົມໄຊ ສຸມໃສ່ເກັບກຳສະພາບການຜະລິດສິນຄ້າສົ່ງອອກ ໂດຍສົມທົບກັບບັນດາບໍລິສັດທີ່ມາລົງທຶນຈາກຕ່າງປະເທດ ລວມເຖິງຕິດຕາມການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫັນການຊຳລະຊະສາງຂອງບໍລິສັດໃຫ້ເຂົ້າສູ່ລະບົບ ທະນາຄານ ແນໃສ່ກະຕຸ້ນລະບົບເສດຖະກິດພາຍໃນໃຫ້ເຂັ້ມແຂງ, ເອົາໃຈໃສ່ການຜະລິດແລະການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ ໂດຍຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ, ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມ ໂຄງການລົງທຶນຂົງເຂດຂະແຫນງການ ບໍ່ແຮ່ ທີ່ເປັນທ່າແຮງຂອງເສດຖະກິດປາຍແຫລມໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ, ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອແນໃສ່ດຶງດູດເອົາແຂກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນປີ 2024 ເຊິ່ງຈະເປີດເປັນປີທ່ອງທ່ຽວລາວ, ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຕ້ອງຕິດພັນກັບການຊົມໃຊ້ຜະລິດຕະພັນພາຍໃນແລະການຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ດຸ່ນດ່ຽງ ພື້ນຖານການຊົມໃຊ້ຢ່າງປະຢັດມັດຖະຍັດ ຫລີກລຽງການຊົມໃຊ້ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ໂດຍສະເພາະແມ່ນປະເພດພາຫານະຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດວຽກໃຫ້ສຳເລັດຕາມແຜນ.

ກອງປະຊຸມ ຍັງໄດ້ຮັບຟັງລາຍງານບັນຫາເຄັ່ງຮ້ອນຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຈາກ 6 ແຂວງພາກເຫນືອ ຕື່ມອີກ.
ມາໃນວັນທີ 23 ກັນຍາ ທ່ານນາຍົກ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມໂຄງການລົງທຶນຂອງນັກທຸລະກິດທັງພາຍໃນແລະຕ່າງປະເທດຈຳນວນຫນຶ່ງ ຢູ່ ເທດສະບານເມືອງໄຊ ຄື: ໂຮງງານປຸງແຕ່ງນ້ຳຢາງພາລາຂອງ ບໍລິສັດ ຈົງອູ ຢູ່ ບ້ານກໍນ້ອຍ ເຊິ່ງ ບໍລິສັດ ໄດ້ມາລົງທຶນຢູ່ໃນແຂວງອຸດົມໄຊ ນັບແຕ່ປີ 2005 ເປັນຕົ້ນມາ ໃນນາມ ໂຄງການປູກພືດທົດແທນການປູກຝິ່ນ, ບໍລິສັດ ໄດ້ສົ່ງເສີມປະຊາຊົມປູກຢາງພາລາ ຢູ່ 5 ບ້ານ ເນື້ອທີ່ 462 ເຮັກຕາ, ປີ 2012 ໄດ້ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ເພື່ອສົ່ງອອກ ສາມາດຜະລິດປຸງແຕ່ງຢາງສຳເລັດຮູບໄດ້ 16.000ໂຕນຕໍ່ປີ, ຕອ້ງການວັດຖຸດິບ ຫຼື ນໍ້າຢາງດິບ 32.000 ໂຕນຕໍ່ປີ, ມີແຮງງານທັງໝົດ 100 ກວ່າຄົນ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນຈໍານວນຫຼວງຫລາຍ, ໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ໃນທ້າຍປີ ນີ້ທາງໂຮງງານມີແຜນສ້າງຕັ້ງໂຮງງານຜະລີດຢາງພາລາເກດກາງທີ່ນຳໄປຜະລິດ ຄື: ກ້ອນຢາງທົ່ວໄປ ແລະ ກ້ອນຢາງເກດກາງປຸງແຕ່ງເປັນຕີນລົດ, ຄາດວ່າສາມາດຜະລິດຢາງສໍາເລັດຮູບໄດ້ 30.000 ໂຕນຕໍ່ປີ, ຄວາມຕ້ອງການເກັບຊື້ນ້ຳຢາງປ້ອນເຂົ້າໂຮງ 60.000 ໂຕນຕໍ່ປີ. ຈາກນັ້ນ ກໍໄດ້ໄປເບິ່ງໂຄງການປູກມອນ-ລ້ຽງມ້ອນ ຂອງ ບໍລິສັດ ຊ່ວງໄຊພັນທະນາກະສິກຳ ຈຳກັດ ເຊິ່ງໂຄງການດັ່ງກ່າວໄດ້ສົ່ງເສີມ ປູກມອນ-ລ້ຽງມ້ອນ ເປັນສິນຄ້າ ເພື່ອສົ່ງອອກ ເລີ່ມແຕ່ປີ 2019 ເປັນຕົ້ນມາ ປະຈຸບັນ ມີເນື້ອທີ່ປູກມອນທັງໝົດ 410 ເຮັກຕາ, ມີ 4 ເມືອງ ຄື: ເມືອງໄຊ ຈຳນວນ 13 ບ້ານ, 323 ເຮັກຕາ, ເມືອງແບງ 3 ບ້ານ, 12 ເຮັກຕາ, ເມືອງງາ 3 ບ້ານ, 50 ເຮັກຕາ ແລະ ເມືອງຮຸນ 1 ບ້ານ, 25 ເຮັກຕາ, ​ມີໂຮງເຮືອນລ້ຽງມ້ອນ ຈຳນວນ 30 ຫຼັງ, ມີຄົນງານ 155 ຄົນ, ນອກຈາກແຮງງານປະຈໍາແລ້ວ ບໍລິສັດຍັງຈ້າງແຮງງານນອກອີກຈຳນວນໜຶ່ງ. ໂຄງການດັ່ງກ່າວເປັນການເຮັດຮ່ວມກັບປະຊາຊົນ ໂດຍມີຮູບການ 2+3 ແລະ 4+1. ປີ 2023ນີ້ ບໍລິສັດ ໄດ້ລ້ຽງມ້ອນທັງໝົດ 11 ຊຸດ. ຈາກນັ້ນທ່ານໄດ້ໄປຢ້ຽມຢາມໂຮງງານ ອຸດສາຫະກຳປຸ່ງແຕ່ງໄມ້ສຳເລັດຮູບ ຂອງ ບໍລິສັດ ຊ່ວງໄຊ ລົງທຶນໂດຍ ນັກທຸລະກິດ ຈາກ ສປ ຈີນ ແລະ ໄປຢ້ຽມຢາມສູນຄ່ຽນຖ່າຍສິນຄ້າ ຂອງ ບໍລິສັດ ມະຫາໂຊກ ຢູ່ ບ້ານນາສ້າວ ສູນນີ້ສ້າງຕັ້ງຂຶ້ນ ໃນປີ 2022 ເພື່ອດຳເນີນກິດຈະການທາງດ້ານການຄ້າ, ການນໍາເຂົ້າ-ສົ່ງອອກ ແລະ ການຂົນສົ່ງສິນຄ້າທຸກປະເພດ ເນື້ອທີ່ທັງໝົດ 20 ເຮັກຕາ ພັດທະນາແລ້ວ 10 ເຮັກຕາ ເຊິ່ງລົງທຶນໂດຍ ນັກທຸລະກິດຂອງຄົນລາວ 100%