ສຳເລັດ ກອງປະຊຸມໃຫຍ່ ຜູ້ແທນ ກຳມະບານ ທົ່ວເມືອງຮຸນ ຄັ້ງທີ່ lX

ກອງປະຊຸມໃຫຍ່ ຜູ້ແທນ ກຳມະບານ ທົ່ວເມືອງຮຸນ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງຮຸນ ແຂວງອຸດົມໄຊ. ໃນວັນທີ 6 ມີຖຸນາ 2024 ນີ້. ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ອຸໄລທອນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ,ປະທານສະຫະພັນກຳມະບານເມືອງຮຸນ. ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ນາງ ຄຳຫມັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ເລຂາພັກເມືອງ,ເຈົ້າເມືອງໆຮຸນ, ມີທ່ານ ນາງ ທຸມມາ ປັນຍາສິດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານແຂວງ. ມີການນຳພາຍໃນເມືອງ, ອົງການຈັດຕັ້ງມະຫາຊົນ,ຕົວແທນຊາວຜູ້ອອກແຮງງານ, ຄະນະບໍລິຫານງານ, ປະທານກຳມະບານຮາກຖານ, ອາດີດການນຳພາຍໃນເມືອງ ພ້ອມດ້ວຍແຂກເຊີນເຂົ້າຮ່ວມ 100 ກ່ວາສະຫາຍ.

ໂອກາດນີ້ ທ່ານ ສົມຈິດ ອຸໄລທອນ ປະທານສະຫະພັນກຳມະບານເມືອງຮຸນໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ພ້ອມທັງຜ່ານບົດລາຍງານການເມືອງທີ່ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງສະຫະພັນກຳມະບານເມືອງໃນໄລຍະ 5 ປີທີ່ຜ່ານມາ ( 2019-2023 ) ດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ແລະ ໄດ້ຜ່ານແຜນພັດທະນາກຳມະບານ 2024-2029 ທັງສອງພາກ. ຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ລາຍງານການເມືອງ ແລະ ແຜນພັດທະນາກຳມະບານທັງສອງພາກ. ແລະ ໄດ້ຍົກບັດປະຊາມະຕິຮັບຮອງເອົາລາຍງານການເມືອງ ແລະ ແຜນພັດທະນາກຳມະບານ. ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະຫະພັນກຳມະບານເມືອງຮຸນໃນຄັ້ງນີ້. ຍັງໄດ້ຮັບຟັງລາຍງານຄອບຄົວຕົວແບບໃນການລ້ຽງງົວຂອງສະມາຊິກສະຫະພັນກຳມະບານເມືອງຮຸນ ແລະ ກຳມະບານຮາກຖານຫ້ອງການກະສິກຳ ແລະ ປ່າໄມ້. ພ້ອມດຽວກັນນີ້ກອງປະຊຸມຍັງໄດ້ ມອບໃບຮັບຮອງ 5 ເປັນເຈົ້າ, ມອບໃບຍ້ອງຍໍໃຫ້ແກ່ກຳມະບານຮາກຖານທີ່ມີຜົນງານດີເດັ່ນຈາກສູນກາງກຳມະບານລາວ, ມອບໃບຍ້ອງຍໍກຳມະບານຮາກຖານທີ່ດີເດັ່ນຈາກກຳມະບານແຂວງ, ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນ ແລະ ມອບໃບຍ້ອງຍໍໃຫ້ພາກສ່ວນອຸປະຖຳກອງປະຊຸມໃຫຍ່. ເຊິ່ງໃຫ້ກຽດມອບໃບຍ້ອງຍໍຕ່າງໆໂດຍທ່ານ ປະທານສະຫະພັນກຳມະບານແຂວງ ແລະ ທ່ານເຈົ້າເມືອງ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານເມືອງຮຸນຊຸດໃໝ່. ໂດຍມີຜູ້ສະຫມັກເລືອກຕັ້ງທັງຫມົດ 21 ທ່ານ, ຍິງ 7 ທ່ານ. ເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານເມືອງຮຸນຄັ້ງທີ IX ຈຳນວນ 19 ທ່ານ ກອງປະຊຸມຄັ້ງປະຖົມມະລຶກເລືອກເອົາທ່ານ ສົມຈິດ ອຸໄລທອນ ເປັນປະທານສະຫະພັນກຳມະບານເມືອງຮຸນ, ທ່ານ ນາງ ສອນເພັດ ສີສຸພັນ ເປັນຮອງ, ທ່ານ ດາວເງິນ ວາບົວແສງ ເປັນຄະນະ ແລະ ເລືອກເອົາ ທ່ານ ນາງ ສອນເພັດ ສີສຸພັນ ເປັນປະທານກວດກາ ແລະ ທ່ານ ສົມຄິດ ພົງສະຫວັນ ເປັນຮອງປະທານກວດກາ.

ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານແຂວງ ອຸດົມໄຊ. ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງສະຫະພັນກຳມະບານເມືອງຮຸນໃນ 1 ສະໄໝທີ່ຜ່ານມາ. ພ້ອມທັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊຸດໃໝ່ຈົ່ງສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງຕາມພາລະບົດບາດ, ສິດ, ໜ້າທີ່ໆໄດ້ຮັບການມອບໝາຍ. ຄະນະຊຸດໃໝ່ຕ້ອງກຳໄດ້ເນື້ອໃນ, ລະບຽບ, ກົດໝາຍທີ່ກ່ຽວຂ້ອງກັບວຽກງານກຳມະບານ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງານກັນໃຫ້ລະອຽດ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ທີ່ສຳຄັນແມ່ນໃຫ້ຮັກສາໄດ້ຄວາມສາມັກຄີພາຍໃນໃຫ້ໜັກແໜ້ນເຂັ້ມແຂງໂດຍສະເພາະແມ່ນຄະນະປະທານຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນທຸກດ້ານ. ເພື່ອເຮັດໃຫ້ບັນດາໜ້າວຽກຂອງກຳມະບານທີ່ໄດ້ວາງໄວ້ນັ້ນເປັນໄປຕາມແບບແຜນ ແລະ ບັນລຸຜົນສຳເລັດຕາມທີ່ໄດ້ວາງໄວ້. ໂອກາດດຽວກັນນີ້. ໃນວາລະກອງປະຊຸມຍັງໄດ້ເປີດປ້າຍສະຫະພັນກຳມະບານເມືອງຮຸນເປັນສະຫະພັນກຳມະບານ 5 ເປັນເຈົ້າສະໄໝທີ IX ( 2019-2024 ) ໂດຍໃຫ້ກຽດເປີດປ້າຍພິທີໂດຍທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຮຸນ ແລະ ທ່ານ ນາງ ທຸມມາ ປັນຍາສິດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານແຂວງ.