Estimated read time 1 min read

ຝຶກອົບຮົມ ລະບົບບໍລິຫານລັດ ແບບດີຈີຕອນ ຂອງລັດຖະບານ

ວັນທີ 6 ຕຸລາ2022 ແຂວງອຸດົມໄຊ ຈັດຝຶກອົບຮົມການນຳໃຊ້ ລະບົບບໍລິຫານລັດ ແບບດີຈີຕອນ ຂອງລັດຖະບານ ເພື່ອສ້າງຄວາມເຂັມແຂງໃຫ້ແກ່ກົນໄກການເຮັດວຽກ ຂອງລັດດ້ວຍ ລະບົບທັນສະໄໝ ເພື່ອການພັດທະນາ ຫັນໄປສູ່ການເປັນທັນສະໄໝເທືອລະກ້າວ ຂອງພະນັກງານລັດຖະກອນທົ່ວ ແຂວງອຸດົມໄຊ ໂດຍສະເພາະແມ່ນວິທີການນຳໃຊ້ g-chat, g-share/G-Drive ແລະ video conference ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານສົມບູນ ມະນີ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ , ທ່ານ ນ.

Estimated read time 0 min read

ກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ

ກອງປະຊຸມແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການເມືອງຮຸນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ ແລະ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ ມີບັນດາ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານກໍ່ສ້າງຮາກຖານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຟັງລາຍງານຫຍໍ້ຜົນການເຮັດວຽກຂອງທີມງານແຂວງຮ່ວມກັບຫ້ອງການຂັ້ນເມືອງ ແລະ ບ້ານເປົ້າໝາຍ, ລາຍງານສະພາບພົ້ນເດັ່ນໃນການຊີ້ນຳການຈັດຕັ້ງປະຕິບັດຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງພາຍໃນເມືອງໄລຍະ 1 ປີ