Estimated read time 0 min read

ກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ

ກອງປະຊຸມແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການເມືອງຮຸນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ ແລະ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ ມີບັນດາ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານກໍ່ສ້າງຮາກຖານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຟັງລາຍງານຫຍໍ້ຜົນການເຮັດວຽກຂອງທີມງານແຂວງຮ່ວມກັບຫ້ອງການຂັ້ນເມືອງ ແລະ ບ້ານເປົ້າໝາຍ, ລາຍງານສະພາບພົ້ນເດັ່ນໃນການຊີ້ນຳການຈັດຕັ້ງປະຕິບັດຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງພາຍໃນເມືອງໄລຍະ 1 ປີ

Estimated read time 0 min read

ແຫຼ່ງທ່ອງທ່ຽວ ຕາດນຳ້ແຮງ

ຕາດນຳ້ແຮງ ເມືອງຮູນ ແຂວງອູດົມໄຊ ອີກໜຶ່ງແຫລ່ງທ່ອງ ທ່ຽວທຳມະຊາດ ທີ່ຈະໄດ້ພັດທະນາ ເປັນແຫລ່ງທ່ອງທ່ຽວອັນດັບແຖວໜ້າ ຂອງແຂວງອຸດົມໄຊໃນໄວໆນີ້. ນຳ້ຕົກແຫ່ງນີ້ມີຫລາຍລັ່ນ ມີຄວາມສວຍງາມຫລາຍ ມີນຳ້ໄຫລຕະຫລອດປີ,ເສັ້ນທາງເຂົ້າເຖິງສະດວກສະບາຍ ໄກຈາກເທດສະບານເມຶອງຮູນປະມານ 20 ກວ່າກິໂລແມັດ.