Estimated read time 0 min read

ກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ

ກອງປະຊຸມແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ເມືອງຮຸນ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການເມືອງຮຸນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ ແລະ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ ມີບັນດາ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານກໍ່ສ້າງຮາກຖານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບຟັງລາຍງານຫຍໍ້ຜົນການເຮັດວຽກຂອງທີມງານແຂວງຮ່ວມກັບຫ້ອງການຂັ້ນເມືອງ ແລະ ບ້ານເປົ້າໝາຍ, ລາຍງານສະພາບພົ້ນເດັ່ນໃນການຊີ້ນຳການຈັດຕັ້ງປະຕິບັດຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງພາຍໃນເມືອງໄລຍະ 1 ປີ

Estimated read time 1 min read

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 22-23 ກັນຍານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະລັດຖະມົນຕີ ແລະ ທີມງານຈາກສູນກາງ ໄດ້ເດີນທາງມາ ເຄື່ອນໄຫວ ແລະ ເຮັດວຽກວຽກ ຢູ່ ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ. ການມາເຄື່ອນໄຫວເຮັດວຽກຂອງ ທ່ານນາຍົກລັດຖະມົນຕີ ພ້ອມຄະນະລັດຖະມົນຕີ ແມ່ນເພື່ອເຂົ້າຮ່ວມກອງປະຊຸມທາງໄກ ກັບບັນດາແຂວງພາກເໜືອ

Estimated read time 0 min read

ເຈົ້າແຂວງອຸດົມໄຊ ຕ້ອນຮັບ ຜູ້ແທນ ພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳ ສະພາດູມາ ນະຄອນຫລວງມົດສະກູ

ຕອນແລງ ວັນທີ 3 ຕຸລາ 2023 ນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີ ຕ້ອນຮັບ ຜູ້ແທນ ພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳ ສະພາດູມາ ນະຄອນຫລວງມົດສະກູ ທີ່ເດີນທາງ ມາເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ເຊິ່ງນຳໂດຍ ທ່ານ ເດນິສ ອັນເດຣເຢຍວິສ ປຣາໂຟນົບ ສະມາຊິກ ສະພາດູມາ ສະຫະພັນຣັດເຊຍ, ເລຂາທິການ

Estimated read time 1 min read

ຫ້ອງວ່າການແຂວງ ມອບອຸປະກອນກອງປະຊຸມທາງໄກໃຫ້ ເມືອງ 7 ເມືອງ ພາຍໃນແຂວງອຸດົມໄຊ

ໃນລະຫວ່າງວັນທີ 22 ຫາ 30 ພະຈິກ 2023 ນີ້ ຄະນະທີມງານໄອທີຫ້ອງວ່າການແຂວງອຸດົມໄຊ ລົງມອບອຸປະກອນກອງປະຊຸມທາງໄກ ໃຫ້ບັນດາເມືອງ 7 ເມືອງ ຂອງແຂວງອຸດົມໄຊ ສຳເລັດ ໂດຍມີ:ເມືອງໄຊ, ເມືອງແບງ, ເມືອງຮຸນ,ເມືອງປາກແບງ, ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງງາ ມອບໃຫ້ບັນດາເມືອງເປັນຜູ້ຄຸ້ມຄອງນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງເມືອງເພື່ອຕອບສະໜອງວຽກງານຂອງພາກລັດ ແລະ ຫັນເປັນທັນສະໄໝໃນຕໍ່ໜ້າ, ອຸປະກອນດັ່ງກ່າວແມ່ນໄດ້ຕິດຕັ້ງໄວ້ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງຂອງແຕ່ລະເມືອງ ພາຍຫຼັງດຳເນີນພິທີມອບ-ຮັບແລ້ວ ທີມງານໄອທີຂອງຫ້ອງວ່າການແຂວງ ຍັງໄດ້ ປະກອບຕິດຕັ້ງ ແລະ ຝຶກອົບຮົມການນຳໃຊ້ອຸປະກອນໃນການປະຊຸມທາງໄກໃຫ້ພະນັກງານເຕັກນິກທີ່ຮັບຜິດຊອບ